ວັດພະທາດສຸວັນນະຜ້າຄຳ

ວັດພະທາດສຸວັນນະຜ້າຄຳ (ເດີມມີຊື່ວ່າ: ວັດພະທາດປາກຫ່າຍ) ເປັນວັດທີ່ເກົ່າແກ່ ທີ່ມີຄວາມສັກສິດແຫ່ງໜຶ່ງ ປະຊາຊົນໃຫ້ຄວາມເຄົາລົບນັບຖືທັງພາຍໃນ ແລະ ຕ່າງປະເທດ ທີ່ຖືສາດສະໜາພຸດ. ມີທີ່ຕັ້ງຢູ່ທາງທິດໃຕ້ຂອງເທດສະບານເມືອງຫ້ວຍຊາຍ ປະມານ 2.5 ກິໂລແມັດ. ວັດສຸວັນນະຜ້າຄຳ ຫຼື ວັດພະທາດປາກຫ່າຍໄດ້ສ້າງຂຶ້ນໃນປີ ຄສ 1022, ຈສ 384. ມາເຖິງປະຈຸບັນ ມີອາຍຸໄດ້ 1000 ປີແລ້ວ (ຂໍ້ມູນຈາກປຶ້ມປະຫວັດຂອງເມືອງຫ້ວຍຊາຍ) ຕາມການ ເລົ່າຂານຂອງຜູ້ເຖົ້າ; ໃນເມື່ອກ່ອນ ພໍຮອດວັນສິນ 15 ຄ່ຳກໍ່ຈະມີແສງຮຸ່ງແຈ້ງສະຫວ່າງ ຢູ່ເທິງຈອມພະທາດ.

ວັດຈອມເຂົາມະນີລັດ

ວັດຈອມເຂົາມະນີລັດ ເປັນວັດທີ່ເກົ່າແກ່ແຫ່ງໜຶ່ງທີ່ມີຄວາມສັກສິດ ໄດ້ຕັ້ງຢູ່ໃຈກາງເມືອງຫ້ວຍຊາຍ.ພຸດທະສາສະນິກກະຊົນ ໃຫ້ຄວາມເຄົາລົບນັບຖື. ສ້າງຕັ້ງຂຶ້ນໃນປີ 1880. ຮູບແບບການປຸກສ້າງ ແມ່ນເຮັດດ້ວຍໄມ້ສັກ ເປັນບ່ອນສັກກາລະບູຊາຂອງຊາວເມືອງ ແລະ ນັກທ່ອງທ່ຽວ. ວັດຈອມເຂົາມະນີຣັດຍັງເປັນຕົ້ນກຳເນີດເຮືອນຕັ້ງເສົາ ຢອງຫີນ ໃນກາງສະຕະວັດທີ 15 (ປະຈຸບັນຖືກໄຟໄໝ້ແລ້ວ),ພາຍໃນສິມ ມີຮູບພາບເລົ່າປະຫວັດຂອງພະພຸດທະເຈົ້າ, ມີເຕົ່າຫີນເພື່ອສ່ຽງທວາຍ, ບານປະຕູສະຫຼັກດ້ວຍຮູບພາບປະຫວັດຂອງທ້າວສີທົນ ແລະ ນາງມະໂນລາ ທີ່ສວຍສົດງົດງາມ.

ບ້ານນ້ຳຈ້າງ

ຊົນເຜົ່າມົ້ນບ້ານນ້ຳຈ້າງ

ເມືອງຫ້ວຍຊາຍ. ດັ່ງເດີມມາຈາກປະເທດຈີນ (ຍົກຍ້າຍມາຕັ້ງຖິ່ນຖານຢູ່ແຂວງບໍ່ແກ້ວ ຍ້ອນວ່າສະໄໝກ່ອນມີການຕໍ່ສູ້ກັນ, ຈຶ່ງໄດ້ພ້ອມກັນອົບພະຍົບໄພມາທາງພາກໃຕ້ຂອງຈີນ) ແລ້ວເດີນທາງຜ່ານພາກເໜືອຫວຽດນາມ, ເຂົ້າສູ່ປະເທດລາວ, ເຂດແຂວງອຸດົມໄຊ, ຫຼວງນ້ຳທາ ແລະ ຈໍານວນໜຶ່ງກໍຕັ້ງຖິ່ນຖານຢູ່ເຂດນ້ຳຈ້າງໃນປະຈຸບັນນີ້. ສຳລັບການທີ່ເອີ້ນຊື່ “ບ້ານນ້ຳຈ້າງ” ມີພື້ນເລົ່າກັນມາວ່າ: ມີຊາຍຄົນໜຶ່ງຊື່ວ່າ ທ້າວ ດາວຈັນ ໄດ້ໄປລ່າເນື້ອເປັນເວລາຫຼາຍມື້ ພໍເດີນມາຮອດຫ້ວຍແຫ່ງໜຶ່ງ ກໍພົບຊ້າງປ່າຕາຍຢູ່ໃນຫ້ວຍ ຈຶ່ງກັບຄືນບ້ານ ພາຊາວບ້ານມາປາດເອົາຊີ້ນຊ້າງໂຕນັ້ນມາກິນ; ຕໍ່ມາທຸກຄົນຈຶ່ງເຫັນວ່າ ເຂດໆນີ້ມີຄວາມອຸດົມສົມບູນກ່ວາຈຶ່ງພາກັນມາຕັ້ງບ້ານຢູ່ ແລະ ໄດ້ຊື່ວ່າ “ບ້ານຜາຊ້າງ” ຫລື “ບ້ານ ນ້ຳຊ້າງ”ແຕ່ຍ້ອນຄຳເວົ້າພາສາລາວຂອງຄົນສະໄໝນັ້ນບໍ່ຊັດເຈນຈຶ່ງພ້ຽນເປັນ “ນໍ້າຈ້າງ” ເວລາ ນັ້ນຍັງມີພໍ່ເຖົ້າດາວຈັນເປັນກົກເປັນເຄົ້າ ແລະມີລາວຕາ,ລາວເອ້, ລາວລີເປັນນາຍບ້ານໂດຍເອົາຊື່ນາຍບ້ານເປັນຊື່ບ້ານ. ໃນລະຫວ່າງປີ 1960-1975. ຢູ່ໃນເຂດນີ້ມີສາມບ້ານໃຫ່ຍ ຄື:ບ້ານນ້ຳຈ້າງ (ບ້ານລາວຕາ),ບ້ານນ້ຳຍຸງ (ບ້ານລາວລີ), ບ້ານອ້າຍເບົາແຕ່ລະບ້ານມີປະຊາຊົນພົນລະເມືອງ 200-300 ຄົນ, ບາງບ້ານມີ 40-50 ຄອບຄົວ. ມາຮອດປີ 1975-1985 ມີສອງບ້ານຄື: ນ້ຳຈ້າງ ແລະ ນໍ້າຍຸງ, ປີ 1985 ໄລຍະທ້າຍ ໄດ້ເອົາບ້ານນ້ຳຍຸງ ຍ້າຍມາຢູ່ບ້ານນ້ຳຈ້າງໃນປະຈຸບັນ ຂຶ້ນໄປທາງເໝືອປະມານ 50 ແມັດ ແລະ ຜູ້ທີ່ພາມາຢູ່ກ່ອນໜູ່ ກໍ່ແມ່ນພໍ່ເຖົ້າດາວຈັນ,ລາວຕາ, ລາວລີ ແລະ ລາວເບົາ. ບ້ານນ້ຳຈ້າງ, ເຜົ່າລ້ານແຕນ(ຢ້າວມູນ) ເປັນເຜົ່າທີ່ຮູ້ຈັກກັນ ດີຢູ່ໃນວົງກວ້າງ (ຄວາມໝາຍໃນພາສາຈີນວ່າ: ສີຄານ) ມີການດຳລົງຊີວິດອັນຮັກສາໄວ້ເປັນແບບປະເພນີ ຫຼາຍກວ່າ ເຜົ່າອື່ນໃນ ສປປ ລາວ, ເປັນເຜົ່າທີ່ນຸ່ງເຄື່ອງແບບລຽບງ່າຍ ຄື: ແມ່ຍິງ ນຸ່ງສົ້ງຂາສາມສ່ວນແລະ 11 ແຂວງບໍ່ແກ້ວຫ່ອນແກ້ວພື້ນເມືອງເສື້ອຄຸມແຂນຍາວ, ເຮັດດ້ວຍຜ້າຝ້າຍທຳມະຊາດ, ຍ້ອມດ້ວຍສີຄາມ ຫຼື ສີດຳ, ປະດັບດ້ວຍຍອຍສະລັບສີທາງດ້ານໜ້າ, ສ່ວນຜູ້ຊາຍ ນຸ່ງສົ້ງຂາຍາວສີຄາມ ແລະ ເສື້ອແຂນຍາວສີດຳ ເປັນຊຸດປະຈຳຂອງເຜົ່າ.ຊົນເຜົ່າແລນແຕນ ປີໜື່ງຈະມີງານບຸນສຳ ຄັນຄື: ບຸນກິນຈຽງ ຄືກັນກັບຄົນຈີນ ປີໜຶ່ງຄັ້ງ ພວກເຂົາເຈົ້າຈະຈັດຢູ່ຂອງທຸກໆປີ.

ເຂົ້າປຸ້ນຫົວໂລ້ງຫ່າງຈາກເທດສະບານເມືອງຫ້ວຍຊາຍ ປະມານ 6 ກິໂລແມັດ ທາງໄປເມືອງປາກທາ, ມີອາຫານທີ່ເປັນເອກະລັກຂອງ ແຂວງບໍ່ແກ້ວກໍ່ຄື “ເຂົ້າປຸ້ນຫົວໂລ້ງ”ເຊິ່ງຕ້ັງຢູ່ບ້ານພິບຸນທອງ, ເປີດບໍລິການແຕ່ວັນຈັນ-ວັນທິດ (ພິເສດແມ່ນວັນເສົາ-ວັນທິດ) ເປັນມື້ພັກຜ່ອນຍ່ອນອາລົມ ຈະມີປະຊາຊົນພາຍໃນແຂວງພາຄອບຄົວໄປທ່ຽວແວະກິນ ຫຼື ບາງເທື່ອກໍ່ເລີກຈາກການໄປບ່ອນ ອື່ນມາແວ່ກໍ່ມີ. ສ່ວນປະກອບຂອງເຂົ້າປຸ້ນຫົວໂລ້ງກໍ່ຈະມີເຂົ້າປຸ້ນເປັນຫຼັກ, ຂາດບໍ່ໄດ້ກໍ່ຄືນ້ຳແຈ່ວ ເຊິ່ງຕຳດ້ວຍໝາກເຜັດປົ່ນ, ແປ້ງນົວ, ໝາກຖົ່ວເໜົ່າ ແລະ ຜັກຕາມລະດູການກິນກັບ. ນອກຈາກນັກທ່ອງທ່ຽວພາຍໃນແລ້ວ ຍັງມີນັກ
ທ່ອງທ່ຽວຕ່າງປະເທດເຂົ້າມາທ່ຽວຊົມເປັນຈຳນວນຫຼວງຫຼາຍ. ເພາະວ່າເຂດດັ່ງກ່າວ ເປັນບ້ານປະສົມປະສານຫຼາຍຊົນເຜົ່າ ແລະ ເປັນທາງຜ່ານໄປຫາແຫຼ່ງທ່ອງທ່ຽວອື່ນ ເປັນ
ຕົ້ນແມ່ນ ບ້ານຕົ້ມເຫຼົ້າຂາວ, ເຫຼົ້າໄຫ, ບ້ານນ້ຳຈ້າງ ແລະ ຜ່ານເສັ້ນທາງ R3 ອອກໄປສູ່ ແຂວງຫຼວງນ້ຳທາ ແລະ ໄປ ສປ ຈີນ.