ປ່າສະຫງວນແຫ່ງຊາດນ້ຳການ

ປ່າສະຫງວນແຫ່ງຊາດນ້ຳກ່ານ ມີທີ່ຕັ້ງຢູ່ບ້ານຕູບ, ເມືອງຫ້ວຍຊາຍ, ແຂວງບໍ່ແກ້ວ.ຫ່າງຈາກເທດສະບານ ແຂວງ 85 ກິໂລແມັດ, ມີເນື້ອທີ່ 136,000 ເຮັກຕາ. ນັບແຕ່ເດືອນກັນຍາ 2008 ປ່າສະຫງວນແຫ່ງຊາດນ້ຳກ່ານ ໄດ້ຖືກປະກາດເປັນປ່າສະຫງວນແຫ່ງຊາດ ແຫ່ງທີ່ 21 ເປັນທາງການຂອງສປປ ລາວ. ເຂດປ່າສະຫງວນດັ່ງກ່າວ ກໍ່ເປັນປ່າທີ່ໄດ້ຮັບການຢ້ຽມຢາມຫຼາຍທີ່ສຸດໃນການສົ່ງເສີມການນຳໃຊ້ສິ່ງອຳນວຍຄວາມສະດວກ. ຄູ່ຮ່ວມງານກາກບອນປ່າໄມ້ (FCPF, Forets Carbon Partnership Facility) ແລະ ແຜນງານ REDD+ (ການລຸດຜ່ອນການປ່ອຍອາຍແກັດເຮືອນແກ້ວ ຈາກການຕັດໄມ້ທະລາຍປ່າ ແລະ ການເຮັດໃຫ້ປ່າເຊື່ອມໂຊມReducing Emissions from Deforestation and Forest Degradation) ໃນປີ 2010 ຊີວະນາໆພັນຂອງໂລກ,ບໍລິສັດອານຸລັກຊີວະນາໆພັນ ເອນີໂມໄດ້ບັນລຸຜົນສຳເລັດ ດ້ານການປົກປັກຮັກສາປ່າໄມ້,ການທ່ອງທ່ຽວການປູກຕົ້ນໄມ້ ແລະ ການສະໜັບສະໜູນ ການຫັນກະສິກຳຈາກການເຮັດໄຮ່ມາເປັນການເຮັດນາຄົງທີ່ ເພຶ່ອຮັບປະກັນລະດັບການ ປົກປັກຮັກສາ ແລະ ສ້າງມູນຄ່າໃຫ້ແກ່ປ່າສະຫງວນ ໃຫ້ນັບມື້ນັບດີຂຶ້ນ. ການພັດທະນາໂຄງການ Gibbon Experienceໃນປ່າສະຫງວນແຫ່ງຊາດນ້ຳກ່ານ ເຊິ່ງວັດຖຸປະສົງຕົ້ນຕໍແມ່ນເພື່ອປົກປັກຮັກສາປ່າໄມ້ດ້ວຍການພັດທະນາການທ່ອງທ່ຽວແບບທຳມະຊາດເພື່ອສາມາດຊ່ວຍປະກອບທຶນສ່ວນໜຶ່ງໃຫ້ແກ່ການປົກປັກຮັກສາຊີວະນາໆພັນ ໃຫ້ຜົນປະໂຫຍດແກ່ແຂວງບໍ່ແກ້ວໃນປະຈຸບັນດ້ວຍຫຼາຍຮູບແບບ ໃນການສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນໂຄງການໄດ້ສ້າງວຽກງານດ້ານການທ່ອງທ່ຽວໃຫ້ປະຊາຊົນເຂດຊົນນະບົດ ໂດຍຈິດວິນຍານໃນການປົກປັກຮັກສາຊັບພະຍາກອນທຳມະຊາດ. ໃນເມື່ອກ່ອນຫ້ວຍຊາຍທີ່ພຽງແຕ່ເປັນດ່ານຊາຍແດນໄດ້ 14 ແຂວງບໍ່ແກ້ວກາຍມາເປັນປາຍທາງການທ່ອງທ່ຽວ. ການສ້າງ﷯ວຽກເຮັດງານທຳ ໃນຂະແໜງການທ່ອງທ່ຽວທຳມະຊາດ ແລະ ເພື່ອປົກປັກຮັກສາປ່າໄມ້ເພື່ອຫຼຸດຜ່ອນການຖາງໄຮ່ ແລະ ຈູດປ່າ ໂດຍບໍລິສັດເປັນສ່ວນປະກອບໜຶ່ງ ໃນການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ່ 6ຂອງລັດຖະບານລາວ,ເຊິ່ງວັດຖຸປະສົງ ແມ່ນເພື່ອຫລຸດພົ້ນຄວາມທຸກຍາກ ເຊິ່ງໄດ້ກ່າວໄວ້ ໃນຍຸດທະສາດແຫ່ງຊາດ ເພື່ອພັດທະນາ ແລະ ການລົບລ້າງຄວາມທຸກຍາກຮອດປີ 2020. ເນື່ອງຈາກປ່າສະຫງວນແຫ່ງຊາດນໍ້າກ່ານ, ແຂວງບໍ່ແກ້ວ ໄດ້ກາຍເປັນປາຍທາງທ່ອງທ່ຽວສ່ວນໜຶ່ງ ແລະ ເປັນທີ່ຮູ້ຈັກ ໃນທົ່ວໂລກ. ການທ່ອງທ່ຽວແບບອະນຸລັກຊີວະນາໆພັນ ແມ່ນການທ່ອງທ່ຽວຍ່າງປ່າໃຊ້ເວລາ 1 ຊົ່ວໂມງ ຫຼື 50 ນາທີ ເທົ່ານັ້ນ ຫຼື ທ່ານສາມາດ ເລືອກການຍ່າງປ່າໃນປ່າດົງເລິກທີ່ມີຄວາມຕື່ນເຕັ້ນ ແລະ ການພະຈົນໄພຫຼາຍກວ່າ ເຊິ່ງໃຊ້ເວລາ 2 ເຖິງ 3 ຊົ່ວໂມງຕໍ່ວັນ ຕາມລຳນ້ຳງາ.ບໍລິສັດອະນຸລັກຊີວະນາໆພັນ (The Gibbonexperience) ເປັນໂຄງການປູກປ່າ ແລະ ອະນຸລັກສັດປ່າເຊິ່ງມີແຫຼ່ງລາຍຮັບຈາກທຸລະກິດການທ່ອງທ່ຽວແບບອະນຸລັກທີ່ນຳໃຊ້ແຫຼ່ງລາຍຮັບດັ່ງກ່າວ ເຂົ້າໃນໂຄງການຄຸ້ມຄອງຊັບພະຍາກອນທຳມະຊາດຂອງຊຸມຊົນທ້ອງຖິ່ນແບບຄົບວົງຈອນໃນເຂດປ່າສະຫງວນແຫ່ງຊາດນ້ຳກ່ານ.

ຕາດນ້ຳຍອນ ຕັ້ງຢູ່ທາງທິດເໜືອ ຂອງເມືອງຫ້ວຍຊາຍ, ຫ່າງຈາກເທດສະບານແຂວງປະມານ 25 ກິໂລແມັດ, ເປັນຕາດສາຍນ້ຳທຳມະຊາດ ສ້າງຂຶ້ນມາທີ່ສວຍສົດງົດງາມ,ເຊິ່ງມີຄວາມສູງປະມານ 3 – 4 ແມັດ. ອ້ອມຮອບບໍລິເວນນ້ຳຕົກຕາດປະດັບດ້ວຍທຳມະຊາດ, ພູຜາປ່າໄມ້ທີ່ສວຍສົດງົດງາມ, ມີນ້ຳໃສໄຫຼຕະຫຼອດປີ, ຕາດນ້ຳຍອນເປັນ 17 ແຂວງບໍ່ແກ້ວສະຖານທີ່ທ່ອງທ່ຽວທີ່ມີມາແຕ່ດົນນານ ຈົນກາຍເປັນທີ່ຮັບຮູ້ຈັກຂອງນັກທ່ອງທ່ຽວທັງພາຍໃນແລະຕ່າງປະເທດ. ໃນປະຈຸບັນກໍ່ໄດ້ມີການພັດທະນາທາງດ້ານສິ່ງອຳນວຍຄວາມສະດວກໄວ້ຮອງຮັບນັກທ່ອງທ່ຽວທີ່ໄດ້ມາທ່ຽວຊົມ. ຕາມເສັ້ນທາງເຂົ້າສູ່ຕາດນ້ຳຍອນບັນດານັກທ່ອງທ່ຽວຈະໄດ້ສຳພັດກັບບັນຍາກາດການດຳລົງຊີວິດ ຂອງຊົນເຜົ່າຕ່າງໆເຊັ່ນ : ຊົນເຜົ່າກຶມມຸ, ຊົນເຜົ່າມົ້ງ, ຊົນເຜົ່າລາຫູຊີ(ກຸ່ຍ) ແລະ ຊົນເຜົ່າປະນະ. ຕາດນ້ຳຍອນ ເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຍ້ອນຄວາມສວຍງາມຂອງຕາດເອງ ທີ່ອ້ອມຮອບດ້ວຍທຳມະຊາດພູຜາປ່າໄມ້ອັນສວຍງາມ ແລະ ມີນ້ຳໄຫຼຕະຫຼອດປີ. ຕາດດັ່ງກ່າວຕັ້ງຢູ່ ເຂດບ້ານປະນະ ເລີ່ມເປີດບໍລິການແຕ່ປີ 2012 ເປັນຕົ້ນມາ. ນັກທ່ອງທ່ຽວ ສາມາດມາຜັກຜ່ອນຢ່ອນໃຈໄດ້ທີ່ຕາດນ້ຳຍອນ ນັ່ງຊົມວິວຢູ່ທີ່ຕູບນ້ອຍໆ ທີ່ຢັ້ງຢາຍກັນໄປ, ພ້ອມມີຮ້ານຂາຍເຄືຶ່ອງ,ຫ້ອງນ້ຳ, ອູ່ຂ້າມນ້ຳ ແລະ ທາງຍ່າງເຂົ້າໄປຫາຕາດ. ເວລາເປີດ:ທຸກມື້ 8:00-16:30 ໂມງ.

ພູຜາຮຸ້ງ

ພູຜາຮຸ້ງ ມີທີ່ຕັ້ງຢູ່ຕີນພູຜາແດງ ແລະ ພູໂອ, ໃກ້ກັບສາຍນ້ຳຍອນ. ຍ້ອນຄວາມອຸດົມສົມບູນຢູ່ບໍລິເວນນັ້ນ, ຢູ່ເຂດດັ່ງກ່າວຍັງມີພະຍາຮຸ້ງສອງຜົວເມຍມາອາໃສຢູ່ເທິງພູຜາຮຸ້ງ ເພື່ອອາໄສຊອກກິນສັດນ້ອຍໃຫຍ່ຢູ່ເຂດນັ້ນ ບາງຄັ້ງກໍ່ກິນຮອດມະນຸດ, ມີນິດໄສດຸຮ້າຍ, ເດືອດຮ້ອນພະຍາແຖນຢູ່ເທິງຟ້າ, ພະພູຜາຮຸ້ງ 18 ແຂວງບໍ່ແກ້ວຍາແຖນ ຈຶ່ງເອີ້ນເອົາພະຍາຮຸ້ງສອງຜົວເມຍນັ້ນມາກ່າວເຕືອນຫຼາຍຄັ້ງແຕ່ກໍ່ບໍ່ຍອມເຊື່ອຟັງ.ພະຍາແຖນໃຈຮ້າຍ ຈິ່ງສາບໃຫ້ພະຍາຮຸ້ງສອງໂຕດັ່ງກ່າວໃຫ້ກາຍເປັນຫີນ. ແຕ່ເຖິງຈະເປັນຫີນກໍ່ຕາມ ວິນຍານຂອງພະຍາຮຸ້ງທີ່ສິງຢູ່ກໍ່ຍັງຄົງຄວາມດຸຮ້າຍ. ເມື່ອໃດມີຄວາມຫີວໂຫຍກໍ່ເປັ່ງສຽງຮ້ອງອອກມາຢ່າງແຮງຈົນໄດ້ຍິນໄປທົ່ວບໍລິເວນແລ້ວແກວ່ງຫົວໄປມາ, ເມື່ອໃດຫົວພະຍາຮຸ້ງປີ່ນໜ້າໄປທາງທິດໃດ ຜູ້ຄົນຢູ່ທາງທິດນັ້ນ ຕ້ອງມີການຕາຍເກີດຂຶ້ນ ແລະ ຝູງສັດທີ່ຢູ່ແຖວນັ້ນກໍ່ແຕກຕື່ນໜີໄປໝົດ,ຍ້ອນແນວນັ້ນ ພະຍາແຖນຜູ້ປົກປັກຮັກສາທ້ອງຖິ່ນນັ້ນ ຈຶ່ງເຮັດໃຫ້ເກີດມີຟ້າຜ່າໃສ່ຫີນພະຍາຮຸ້ງໂຕຜົວມຸ່ນທະລາຍລົງຕີນພູ, ຍັງຄົງເຫຼືອແຕ່ນາງຮຸ້ງຕົວເມຍຈັບງອຍຜາຫີນໂຕດຽວດ້ວຍຄວາມໂສກເສົ້າອາໄລອາວອນຫາພະຍາຮຸ້ງຜູ້ເປັນຜົວ. ຫຼັງຈາກຟ້າຜ່າພະຍາຮຸ້ງແລ້ວເຫດການທັງໝົດກໍ່ຢຸດຕິລົງ. ປະຈຸບັນຍັງມີຮຸ້ງນ້ອຍສອງຜົວເມຍປາກົດຢູ່ບໍລິເວນພູຜາຮຸ້ງແຫ່ງນີ້, ມັນມັກອອກມາບິນຫຼິ້ນ ໃນມື້ວັນສິນ,ເມື່ອປະຊາຊົນພົບເຫັນກໍ່ບໍ່ກ້າທຳລາຍ ຫຼື ນຳມາເປັນອາຫານຂອງຕົນເພາະຢ້ານກົວສິ່ງສັກສິດ. ປະຈຸບັນແມ່ນໄດ້ມີການພັດທະນາໃຫ້ເປັນສະຖານທີ່ທ່ອງທ່ຽວຍ່າງປ່າແບບວົງຈອນຂຶ້ນ ໃນປີ 2011. ຈອມພູຜາຮຸ້ງ ເປັນຈຸດຊົມວິວທີ່ມີຄວາມສວຍງາມເວລາເຮົາເບິ່ງລົງມາຈາກມູມສູງ ສາມາດເຫັນປ່າດົງກວ້າງໃຫຍ່ ທີ່ຂຽວສົດງົດງາມ, ໜ່ວຍພູນ້ອຍໃຫຍ່ທີ່ສະລັບຊັບຊ້ອນກັນເປັນຫຼັນ, ມີອາຍໝອກປົກຄຸມໃນຍາມເຊົ້າ ແລະ ສາມາດເບິ່ງເຫັນໝູ່ບ້ານຂອປະຊາຊົນໄດ້ເປັນຢ່າງດີ .

ນ້ຳລອດພູຊ້າງ ຈຽງຕອງ

ນໍ້າລອດພູຊ້າງ ຈຽງຕອງ“ນ້ຳລອດພູຊ້າງຈຽງຕອງ”ເປັນສະຖານແຫຼ່ງທ່ອງທ່ຽວແຫ່ງໃໝ່ອີກຈຸດໜຶ່ງຂອງແຂວງບໍ່ແກ້ວ. ມີທີ່ຕັ້ງຢູ່ບ້ານຈຽງຕອງ, ເມືອງປາກທາຫ່າງຈາກເທດສະບານແຂວງໄປທາງທິດໃຕ້ປະມານ 70 ກມ. ທ່ານສາມາດເດີນໄປດ້ວຍຕົນເອງເຊິ່ງມີສອງເສັ້ນທາງໃຫ້ເລືອກຄື: ທາງລົດ ແລະ ທາງເຮືອ, ເສັ້ນທາງລົດ ແມ່ນໄປຕາມເສັ້ນທາງໄປເມືອງປາກທາ ຈາກເມືອງປາກທາມຸ່ງໜ້າໄປທາງບ້ານກ້ອນຕື່ນ( ຂ້າມເຮືອບັກຢູທີ່ທ່າບ້ານກ້ອນຕື່ນ) ແລ້ວຂີ່ລົດເຂົ້າໄປຕໍ່ອີກປະມານ 15 ກິໂລແມັດ ກໍເຖິງສະຖານທີ່ແຫ່ງດັ່ງກ່າວ.

ອີກເສັ້ນທາງໜຶ່ງແມ່ນຂີ່ເຮືອໄວ ຫຼື ເຮືອໂດຍສານບໍ່ແກ້ວ-ເມືອງປາກແບງ ແລ້ວແວ່ຈອດອອກທີ່ທ່າບ້ານກ້ອນຕື່ນ ແລ້ວຂີ່ລົດກະບະເຂົ້າໄປ. ຢູ່ສະຖານທີ່ແຫ່ງນີ້ ເປັນ ແຫຼ່ງທ່ອງທ່ຽວແບບທຳມະຊາດປະສົມປະສານກັບວັດທະນະທຳຊົນເຜົ່າ ແລະ ແຫຼ່ງທ່ອງທ່ຽວດ້ານປະຫວັດສາດ ທີ່ຢັ່ງຢາຍຢູ່ບໍລິເວນໃກ້ຄຽງກັນ. ແຫຼ່ງທ່ອງທ່ຽວແຫ່ງນີ້ໄດ້ເລີ່ມພັດທະນາມາແຕ່ປີ 2015 ເປັນຕົ້ນມາ ໂດຍແມ່ນການລົງທຶນຂອງ ທ່ານ ຈືກຸ ວື. ນັກທຸລະກິດພາຍໃນແຂວງ ເປັນຜູ້ລົງທຶນ100% ໃນເບື່ອງຕົ້ນໄດ້ສ້າງເຮືອນພັກເປັນຫຼັງ (ຣີສອດ)ຈໍານວນ 10 ຫຼັງ, ຮ້ານອາຫານ 1 ຫຼັງ, ມາເຖິງປີ 2015 ຜູ້ກ່ຽວໄດ້ຂະຫຍາຍກິດຈະການເພີ່ມເຕີມ ເພື່ອຮອງຮັບ ແລະ ອຳນວຍຄວາມສະດວກໃຫ້ກັບລູກຄ້າທີ່ຈະມາໃຊ້ບໍລິການໃຫ້ພຽງພໍເຊັ່ນ: ສ້າງເຮືອນພັກອີກ1ຫັງ, ສອງຊັ້ນ, ຈຳນວນ 19 ຫ້ອງນອນ, ມີຮ້ານອາຫານ, ມີເວທີການສະແດງ ເຄື່ອງສຽງຄົບຊຸດ, ມີສະຫວ້າຍນໍ້າແບບທໍາມະຊາດ ( ຫ້ວຍນໍ້າທໍາມະຊາດ) ແລະ ຜູ້ທີ່ມັກປະຈົນໄພກໍຈະມີກິດຈະກຳຂີ່ສາຍສະລິງ( Zipline), ແລະ ຂົວອູ່ໄວ້ຄອຍບໍລິການຜູ້ທີ່ມາທ່ຽວຊົມ, ນອກຈາກນີ້ກໍຍັງມີລາຍການເດີນປ່າທ່ຽວຊົມທຳມະຊາດ, ທ່ຽວຊົມຖໍ້າ ທີ່ມີຄວາມສວຍງາມປະດັບປະດາດ້ວຍນົມຜາທີ່ມີຮູບຊົງລວຍລາຍຕ່າງໆທີ່ໜ້າສົນໃຈ. ຈຸດພິເສດຂອງສະຖານທີ່ແຫຼ່ງທ່ອງທ່ຽວແຫ່ງນີ້ ມີແມ່ນໍ້າທີ່ໄຫຼລອດອອກຈາກຕີນພູ ທີ່ໃສສະອາດ ແລະ ມີຄວາມສວຍງາມ ສາມາດລອຍອາບຫຼິ້ນເພື່ອຜ່ອຍຄາຍກັບອາກາດທີ່ຮ້ອຍອົບເອົ້າ. ພ້ອມກັນນັ້ນກໍຍັງມີຕູບນັ່ງຫຼິ້ນລຽບແຄມແມ່ນໍ້າໄວ້ນັ່ງກິນອາຫານແບບສ່ວນຕົວ ແລະ ຄອບຄົວອີກດ້ວຍ. ໃນແຕ່ລະປີ ອຳນາດການປົກຄອງບ້ານໄດ້ສົມທົບກັບເຈົ້າຂອງໂຄງການນຳໃຊ້ສະຖານທີ່ແຫ່ງນີ້ຈັດງານບຸນປະເພນີຂອງເຜົ່າມົ້ງ ເພື່ອເປັນການສົ່ງເສີມໃຫ້ຄົນຮຸ່ນຫຼັງຊ່ວຍກັນອະນຸລັກ, ປົກປັກຮັກສາທາງດ້ານວັດທະນະທໍາ, ຮີດຄອງປະເພນີອັນດີງາມຂອງເຜົ່າໄວ້ໃຫ້ໝັ້ນຄົງ ເປັນຕົ້ນງານ ບຸນກິນຈຽງ(ນໍເປເຈົາ) ເຊິ່ງແຕ່ລະປີຈະຈັດຢູ່ໃນຊ່ວງທ້າຍເດືອນມັງກອນ ຫາ ຕົ້ນເດືອນກຸມພາ ຂອງທຸກໆປີ. ຢູ່ໃນງານກໍຈະມີກິດຈຳຕ່າງໆ ເຊັ່ນ: ການແຂ່ງຂັນກິລາບານເຕະ, ກິລາງົວຊົນງົວ, ກິດຈະກຳໂຍນໝາກຄອນ ແລະ ພິທີການຕາງໆຕາມປະເພນີຂອງເຜົ່າ. ທ່ານໃດມີຄວາມສົນໃຈຢາກໄປສຳພັດກັບທຳມະຊາດ, ສຳພັດກັບວິຖີຊີວິດ ແລະ ຮຽນຮູ້ວັດທະນະທຳ ຂອງຊາວຊົນນະບົດ ທ່ານສາມາດເດີນທາງມາສະຖານທີ່ແຫຼ່ງທ່ອງທ່ຽວແຫ່ງນີ້ ແລ້ວທ່ານຈະໄດ້ປະສົບການອັນໃໝ່ໆ. ທ່ານ ໃດສົນໃຈສາມາດຕິດຕໍ່ໄດ້ ທາງໂທລະສັບໄດ້ທີ່ເບີ 02059444453 ທ່ານ ເບຼຍເຢັງ ວື, ຜູ້ຈັດການທົ່ວໄປ. “ພວກເຮົາພ້ອມແລ້ວທີ່ຈະຮັບໃຊບໍລິການ ທ່ານດ້ວຍຄວາມຈິງໃຈ ”