ຂະແໜງວັດທະນະທໍາ

ພາລະບົດບາດ

ຂະແໜງວັດທະນະທຳມີໜ້າທີ່ດັ່ງນີ້:

  1. ຄົ້ນຄວ້າ, ເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ສ້າງແຜນຍຸດທະສາດ, ສ້າງ ແຜນການ, ແຜນງານ, ໂຄງການກ່ຽວກັບວຽກງານວັດທະນະທຳໃຫ້ຄະນະພະແນກພິຈາລະນາ ພ້ອມທັງຈັດ ຕັ້ງປະຕິບັດໃຫ້ມີຜົນສໍາເລັດ;
  2. ຄົ້ນຄວ້າ, ຮ່າງບົດແນະນໍາ, ຂໍ້ກຳນົດກົດລະບຽບ, ແຈ້ງການ ແລະ ໜັງສືສະເໜີຕ່າງໆ ທີ່ພົວພັນເຖິງວຽກງານ ວັດທະນະທໍາໃຫ້ຄະນະພະແນກພິຈາລະນາ; 3. ຄົ້ນຄວ້າ, ກຳນົດແຜນຍຸດທະສາດການອະນຸລັກ, ສົ່ງເສີມວັດທະນະທຳ ໃຫ້ຫົວໜ້າພະແນກພິຈາລະນາພ້ອມທັງຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ;
  3. ຄົ້ນຄວ້າ, ເຜີຍແຜ່ ແລະ ປະຕິບັດມະຕິຄໍາສັ່ງ, ແຈ້ງການ, ຂໍ້ກຳນົດ, ກົດໝາຍ ວ່າດ້ວຍການຄຸ້ມຄອງ ວັດທະນະທໍາ ຢູ່ພາຍໃນແຂວງບໍ່ແກ້ວ;
  4. ຊຸກຍູ້, ສົ່ງເສີມໃຫ້ທົ່ວສັງຄົມພາຍໃນແຂວງບໍ່ແກ້ວມີສ່ວນຮ່ວມໃນການປະດິດຄິດແຕ່ງສິນລະປະການສະແດງ ທຸກປະເພດຂອງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງຕ່າງໆ ເພື່ອຮັບໃຊ້ໜ້າທີ່ການເມືອງ ແລະ ຮັບໃຊ້ ສັງຄົມ, ປະສານສົມທົບກັບພາກສ່ວນກ່ຽວຂ້ອງເຂົ້າຮ່ວມງານວາງສະແດງວັດທະນະທຳ, ການສະແດງສີລະ ປະ ຢູ່ພາຍໃນແຂວງບໍ່ແກ້ວ, ພາຍໃນ ແລະ ຕ່າງປະເທດ;
  5. ຊຸກຍູ້, ຕິດຕາມ, ແນະນໍາການສ້າງຄອບຄົວ ແລະ ບ້ານວັດທະນະທຳ, ຄຸ້ມຄອງການເຄື່ອນໄຫວວັດທະນະທໍາມະຫາຊົນເຊັ່ນ: ປ້າຍ, ເກມ, ສະໂມສອນ, ສວນສາທາລະນະ, ຮີດຄອງປະເພນີ, ບຸນສິນກິນທານ ແລະ ງານພິທີການຕ່າງໆ ຂອງບັນດາເຜົ່າ ຢູ່ພາຍໃນແຂວງບໍ່ແກ້ວ.
  6. ຊຸກຍູ້, ຕິດຕາມ, ກວດກາ, ແນະນໍາການເຄື່ອນໄຫວວຽກງານພິມຈຳໜ່າຍ, ຜະລິດຕະພັນດ້ານວັດທະນະທໍາ ແລະ ວຽກງານສົ່ງເສີມການອ່ານ ພາຍໃນແຂວງ ບໍ່ແກ້ວ;
  7. ສົມທົບກັບຂະແໜງການກ່ຽວຂ້ອງຂັ້ນແຂວງ ແລະ ເມືອງ ໃນການສໍາຫຼວດ, ເກັບກຳຂໍ້ມູນຂື້ນທະບຽນ ວັດຖຸບູຮານ, ບູຮານສະຖານ, ຮ່ອງຮອຍປະຫວັດສາດ, ປູສະນິຍະສະຖານ, ສະຖານທີ່ປະຫວັດສາດ, ສະຖານທີ່ເປັນມໍລະດົກ ເພື່ອສະເໜີຂຶ້ນແຜນຂໍອະນຸລັກ.
  8. ປົກປັກຮັກສາ, ຟື້ນຟູບູລະນະ, ພັດທະນານໍາໃຊ້ຄຸນຄ່າມໍລະດົກທາງດ້ານວັດທະນະທຳທີ່ເປັນຮູບປະທໍາ ແລະ ນາມມະທຳໃຫ້ມີປະສິດທິຜົນ;
  9. ຄົ້ນຄວ້າ ແລະ ນໍາສະເໜີຂໍອະນຸຍາດສ້າງຕັ້ງ, ໂຈະ, ຍຸບເລີກ, ອອກ ແລະ ຖອນໃບອະນຸຍາດຜູ້ປະກອບການທີ່ເຄື່ອນໄຫວວຽກງານວັດທະນະທຳຕາມການແບ່ງຂັ້ຄຸ້ມຄອງ;
  10. ສ້າງແຜນ ແລະ ຈັດຕັ້ງຝຶກອົບຮົມຍົກລະດັບວິຊາການ ທາງດ້ານວັດທະນະທຳ ທົ່ວແຂວງບໍ່ແກ້ວ ຕາມການຕົກ ລົງເຫັນດີຂອງຂັ້ນເທິງ;
  11. ຄຸ້ມຄອງ, ສົ່ງເສີມ ແລະ ພັດທະນາວຽກງານການພິມ, ປ້າຍ, ພິມຈຳໜ່າຍ, ຈໍາໜ່າຍສິ່ງພິມ, ການປະດິດຄິດແຕ່ງສີລະປະວັນນະຄະດີ, ຄຸ້ມຄອງນັກປະດິດຄິດແຕ່ງບົດ, ວັນນະຄະດີ, ຕິດຕາມ, ປັບປຸງ ແລະ ກວດແກ້ບົດວັນນະຄະດີ;
  12. ຄຸ້ມຄອງ, ອະນຸຍາກ, ຍົກເລີກການຜະລິດ, ການຈຳໜ່າຍ ແລະ ການນໍາເຂົ້າ-ສົ່ງອອກຜະລິດຕະພັນວັດທະນະທຳປະເພດ: ພາບ, ສຽງ, ຮູບພາບ, ຮູບແກະສະຫຼັກ, ຮູບປັ້ນຮູບຫຼໍ່ ຕາມການແບ່ງຂັ້ນຄຸ້ມຄອງ;
  13. ຕິດຕາມ, ກວດກາ, ຄຸ້ມຄອງ ການປຸ້ນຮູບຫຼໍ່, ການເຄື່ອນຍ້າຍພະພຸດພະຮູບ ຢູ່ພາຍໃນແຂວງບໍ່ແກ້ວ;
  14. ສ້າງແຜນຕິດຕາມ, ກວດກາ, ເກັບກຳຂໍ້ມູນ ແລະຂຶ້ນບັນຊີມໍລະດົກວັດທະນະທຳຕາມຂອບເຂດສິດຄຸ້ມຄອງ;
  15. ຄົ້ນຄວ້າປະກອບຄໍາຄິດຄໍາເຫັນທາງດ້ານວິຊາການ, ນໍາສະເໜີປະຕິບັດນະໂຍບາຍຍ້ອງຍໍ ແລະ ປະຕິບັດມາດ ຕະການຕໍ່ຜູ້ລະເມີດນິຕິກຳວັດທະນະທຳ;
  16. ຄົ້ນຄວ້າ, ສ້າງແຜນ, ສັງລວມແຜນຈັດຕັ້ງຝຶກອົບຮົມວິຊາການທາງດ້ານວັດທະນະທຳ ແລະ ຜູ້ປະກອບການ ອາຊີບທາງດ້ານວັດທະນະທຳ ເພື່ອນໍາສະເໜີໃຫ້ຂັ້ນເທິງພິຈາລະນາ;
  17. ປຸກລະດົມ, ຂົນຂວາຍທຶນຮອນຈາກພາກສ່ວນສັງຄົມ, ຜູ້ປະກອບການດ້ານວັດທະນະທໍາເຂົ້າໃນການພັດທະ ນາວຽກງານວັດທະນະທຳ;
  18. ຂຶ້ນແຜນການຈັດຕັ້ງປະຕິບັດ ແລະ ສະຫຼຸບວຽກງານຮອບດ້ານຂອງຂະແໜງຕົນ ເປັນປະຈຳໃນແຕ່ລະໄລຍະ;
  19. ປະຕິບັດໜ້າທີ່ອື່ນ ຕາມການມອບໝາຍຂອງຂັ້ນເທິງ.