ແຂວງ ບໍ່ແກ້ວ “ບໍ່ແກ້ວມະນີລ້ຳຄ່າ ຊົມປ່າດອກງິ້ວບານ ເທດສະການວັດທະນະທຳບັນດາເຜົ່າ ຖິ່ນເມືອງເກົ່າສຸວັນນະໂຄມຄຳ’’ເປັນຄຳຂວັນຂອງແຂວງບໍ່ແກ້ວເຊິ່ງໝາຍເຖິງເມືອງແກ້ວແຫວນເງິນຄຳ ຍ້ອນການຄົ້ນພົບແຮ່ໄພລິນສີສັນ ສວຍງາມຢູ່ບໍລິເວນແຄມຝັ່ງແມ່ນ້ຳຂອງໃນແຂວງແຫ່ງນີ້, ຈຶ່ງເຮັດໃຫ້ແຂວງບໍ່ແກ້ວມີຊື່ສຽງທາງດ້ານເຄື່ອງປະດັບອັນຍະມະນີອັນລ້ຳຄ່າ ແລະ ສວຍສົດງົດງາມ. ແຂວງບໍ່ແກ້ວແຂວງ ບໍ່ແກ້ວແມ່ນສ່ວນຫນຶ່ງຂອງແຂວງຫົວຂອງໃນເມື່ອກ່ອນ, ມີເນື້ອທີ່ທັງໝົດ 6,196 ກິໂລຕາແມັດ, ຕັ້ງຢູ່ທາງທິດຕາເວັນຕົກສ່ຽງເໜືອຂອງລາວ ໂດຍມີຊາຍແດນຕິດກັບມຽນມາຢູ່ທິດຕາເວັນຕົກ ແລະ ທິດໃຕ້ຕິດກັບໄທ(ຂົວມິດຕະພາບໄທລາວແຫ່ງທີ 4). ບໍ່ແກ້ວ ປະກອບມີ 5 ຕົວເມືອງຄື: ເມືອງຫ້ວຍຊາຍ, ຕົ້ນເຜິ້ງ, ປາກທາ, ເມິງ ແລະ ເມືອງຜາອຸດົມ, ມີປະຊາກອນທັງໝົດປະມານ 180.000 ກວ່າຄົນ. ນອກນັ້ນແຂວງບໍ່ແກ້ວຍັງຂຶ້ນຊື່ລືຊາວ່າ ເປັນເຂດ 3 ຫຼ່ຽມຄຳ ຍ້ອນແມ່ນ້ຳຂອງທີ່ໄຫຼມາບັນຈົບກັນຢູ່ຊາຍແດນຂອງ 3 ປະເທດຄື: ລາວ, ໄທ ແລະ ມຽນມາ, ຈຶ່ງເປັນທ່າແຮງບົ່ມຊ້ອນໃຫ້ແກ່ການທ່ອງທ່ຽວ ແລະ ເສດທະກິດພາຍໃນແຂວງ. ອາຫານປະຈຳຖິ່ນທີ່ຂຶ້ນຊື່ຂອງແຂວງບໍ່ແກ້ວ ແມ່ນ ເຂົ້າຊອຍທີ່ເຮັດດ້ວຍເຂົ້າແລ້ວຜ່ານຂັ້ນຕອນການຜະລິດແບບທ້ອງຖິ່ນຈົນກາຍເປັນເສັ້ນແປໆ ປຸ່ງແຕ່ງດ້ວຍຊີນໝູ ຟັກມຸ່ນໆພ້ອມເຄື່ອງເທດ ແລະ ໝາກຖົ່ວເນົ່າ (ຖົ່ວເຫຼືອງໝັກໃສ່ເກືອ). ທ່ານສາມາດໄປແວະຊິມເຂົ້າຊອຍແຊບໆໄດ້ທີ່ບ້ານນ້ຳເກິ່ງ ເຊິ່ງເປັນບ້ານຊົນເຜົ່າລື້ ຫ່າງຈາກເມືອງຫ້ວຍຊາຍໄປທາງທິດຕາເວັນຕົກສ່ຽງເໜືອປະມານ27ກມ. ນອກນັ້ນກໍຍັງມີເຂົ້າປຸ້ນຫົວໂລ້ງ ທີ່ເປັນເອກະລັກຂອງແຂວງ ເຊິ່ງມີນ້ຳແຈ່ວພິເສດຕຳດ້ວຍໝາກເຜັດປົ່ນ ແລະ ໝາກຖົ່ວເນົ່າ ລົດຊາດແຊບ ໃຫ້ທ່ານໄດ້ລອງຊິມ ຢູ່ເຂດບ້ານພິບູນທອງ ຫ່າງຈາກເທດສະບານເມືອງຫ້ວຍຊາຍໄປປະມານ 6 ກມ, ໄປທາງເມືອງປາກທາ.