ຂະແໜງທ່ອງທ່ຽວ

ຂະແໜງທ່ອງທ່ຽວ ຕັ້ງຢູ່ ບ້ານໃຫຍ່ຫ້ວຍຊາຍເໜືອ, ເມືອງຫ້ວຍຊາຍ, ແຂວງບໍ່ແກ້ວ

ໂທລະສັບ: 084 211 162 ,  ເມວ: bokeotour@gmail.com

  ເວັບໄຊ້: www.bokeotourismlaos.org

Facebook Page: ຂະແໜງທ່ອງທ່ຽວແຂວງບໍ່ແກ້ວBokeo Tourism Division

Youtube: Bokeo Tourism

ພາລະບົດບາດ

ຂະແໜງທ່ອງທ່ຽວມີໜ້າທີ່ດັ່ງນີ້:

  1. ຄົ້ນຄວ້າ, ເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ສ້າງແຜນຍຸດທະສາດ, ສ້າງ ແຜນ ການ, ແຜນງານ, ໂຄງການກ່ຽວກັບວຽກງານທ່ອງທ່ຽວໃຫ້ຄະນະພະແນກພິຈາລະນາ ພ້ອມທັງຈັດຕັ້ງ ປະຕິບັດໃຫ້ມີຜົນສໍາເລັດ;
  2. ຄົ້ນຄວ້າ, ຮ່າງບົດແນະນໍາ, ແຈ້ງການ ແລະ ໜັງສືສະເໜີຕ່າງໆ ທີ່ພົວພັນເຖິງວຽກງານທ່ອງທ່ຽວ ໃຫ້ຄະນະ ພະແນກພິຈາລະນາ;
  3. ຄົ້ນຄວ້າ, ກຳນົດ ແລະ ສ້າງແຜນຍຸດທະສາດການທ່ອງທ່ຽວ ເພື່ອພັດທະນາການທ່ອງທ່ຽວສອດຄ່ອງກັບ ແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ, ແຜນຍຸດທະສາດການທ່ອງທ່ຽວຂອງສູນກາງໃຫ້ສອດຄ່ອງ ກັບແນວ ທາງນະໂຍບາຍຂອງພັກ-ລັດ ວາງອອກໃນແຕ່ລະໄລຍະ;
  4. ໂຄສະນາເຜີຍແຜ່, ມະຕິ, ຄໍາສັ່ງ, ຂໍ້ກຳນົດ, ກົດໝາຍ ແລະ ແຈ້ງການຕ່າງໆ ກ່ຽວກັບການທ່ອງທ່ຽວຢູ່ພາຍໃນ ແຂວງບໍ່ແກ້ວ;
  5. ຄົ້ນຄວ້າ, ສຶກສາ, ວິເຄາະ, ນໍາສະເໜີໂຄງການລົງທຶນຂອງລັດ, ເອກະຊົນ ແລະ ແຜນພັດທະນາການທ່ອງ ທ່ຽວ ຢູ່ໃນຂອບເຂດທົ່ວແຂວງບໍ່ແກ້ວ ເພື່ອນໍາສະເໜີຄະນະພະແນກພິຈາລະນາ;
  6. ຊຸກຍູ້, ຕິດຕາມ, ກວດກາ, ແນະນໍາການສ້າງໂຮງແຮມ, ເຮືອນພັກ, ລີສອດ, ຫ້ອງແຖວ, ຮ້ານອາຫານ, ຮ້ານ ກິນດື່ມ, ຄາລາໂອເກະ, ສະຖານທີ່ບັນເທິງ ແລະ ອື່ນໆຕາມການແບ່ງຂັ້ນຄຸ້ມຄອງ;
  7. ສໍາຫຼວດ, ເກັບກຳຂໍ້ມູນ, ອອກແບບ, ຈັດສັນແຫຼ່ງທ່ອງທ່ຽວ ແລະ ຫ້ອງຂໍ້ມູນຂ່າວສານກ່ຽວກັບການທ່ອງ ທ່ຽວ ໃນຂອບເຂດທົ່ວແຂວງບໍ່ແກ້ວ;
  8. ຊຸກຍູ້, ຕິດຕາມ, ກວດກາ, ແນະນໍາການເຄື່ອນໄຫວວຽກງານທ່ອງທ່ຽວ ໃຫ້ຖືກຕ້ອງຕາມກົດໝາຍວ່າດ້ວຍ ການ ທ່ອງທ່ຽວ ແລະ ກົດໝາຍອື່ນໆ ທີ່ກ່ຽວຂ້ອງ ຢູ່ພາຍໃນແຂວງບໍ່ແກ້ວ;
  9. ຄົ້ນຄວ້າ ແລະ ນໍາສະເໜີຂໍອະນຸມັດສ້າງຕັ້ງ, ໂຈະ, ຍຸບເລີກ, ອອກ ແລະ ຖອນໃບອະນຸຍາດຜູ້ປະກອບການ ທ່ອງ ທ່ຽວໂຮງແຮມ, ເຮືອນພັກ, ລີສອດ, ຫ້ອງແຖວ, ຮ້ານອາຫານ, ຮ້ານກິນດື່ມ-ຄາລາໂອເກະ, ສະຖານທີ່ ບັນເທີງ ແລະ ອື່ນໆ ຕາມການແບ່ງຂັ້ນຄຸ້ມຄອງ;
  10. ຄຸ້ມຄອງ, ຕິດຕາມ, ກວດກາ, ການກຳນົດມາດຖານ ແລະ ຈັດລະດັບຂັ້ນ ຫຼື ປະເພດຂອງທຸລະກິດນໍາທ່ຽວ ເຮື່ອພັກ, ໂຮງແຮມ, ລີສອດດ ຫ້ອງແຖວ, ຮ້ານອາຫານ, ຮ້ານກິນດື່ມ-ຄາລາໂອເກະ, ສະຖານທີ່ບນເທີງ ແລະ ອື່ນໆ ຕາມການແບ່ງຂັ້ນຄຸ້ມຄອງ;
  11. ປະສານສົມທົບກັບພາກສ່ວນກ່ຽວຂ້ອງໃນການຄຸ້ມຄອງ, ຕິດຕາມ, ກວດກາ ບັນດາບໍລິສັດທ່ອງທ່ຽວ, ນຳ ສະເໜີອະນຸຍາດນໍາເອົານັກທ່ອງທ່ຽວເຂົ້າ-ອອກຢູ່ດ່ານສາກົນພາຍໃນແຂວງ ແລະ ອຳນວຍຄວາມສະດວກ ໃຫ້ແກ່ນັກທ່ອງທ່ຽວ ທີ່ເດີນທາງຜ່ານ ແຂວງບໍ່ແກ້ວ ຕາມການແບ່ງຂັ້ນຄຸ້ມຄອງ;
  12. ສ້າງ, ຈັດຕັ້ງ, ເຂົ້າຮ່ວມກິດຈະກຳທ່ອງທ່ຽວຕ່າງໆ ພາຍໃນແຂວງບໍ່ແກ້ວ, ພາຍໃນ ແລະ ຕ່າງປະເທດ, ປັບປຸງ ບູລະນະສູນ, ຫ້ອງຂໍ້ມູນຂ່າວສານ, ເວບໄຊ້ການທ່ອງທ່ຽວ ໃຫ້ທັນສະໄໝຢູ່ຂັ້ນແຂວງ, ເມືອງ ເພີ່ມທະວີ ການໂຄສະນາ, ປຸກລະດົມຂົນຂວາຍການທ່ອງທ່ຽວພາຍໃນ ແລະຕ່າງປະເທດ ຢ່າງແຂງແຮງ ກວ້າງຂວາງ;
  13. ຄົ້ນຄວ້າ, ສ້າງແຜນ, ສັງລວມແຜນ ແລະ ຈັດຝຶກອົບຮົມຍົກລະດັບວິຊາການ ແລະ ຜູ້ປະກອບການອາຊີບ ດ້ານ ການທ່ອງທ່ຽວພາຍໃນແຂວງສະເໜີຂັ້ນເທິງພິຈາລະນາ;
  14. ສົ່ງເສີມ ແລະ ຈັດກິດຈະກຳການທ່ອງທ່ຽວເປັນຕົ້ນ: ງານບຸນປະເພນີຊົນເຜົ່າ, ງານເທດສະການ, ງານນິເທດ ສະການ ແລະ ອື່ນໆ ຕາມການແບ່ງຂັ້ນຄຸ້ມຄອງ;
  15. ຕິດຕາມ, ກວດກາ, ເກັບກຳຂໍ້ມູນ, ຂຶ້ນບັນຊີແຫຼ່ງທ່ອງທ່ຽວ, ໂຄສະນາສົ່ງເສີມ ແລະ ພັດທະນາການທ່ອງ ທ່ຽວໃຫ້ຍືນຍົງ ພ້ອມທັງປູກຈິດສຳນຶກກ່ຽວກັບຄວາມຮູ້ພື້ນຖານທີ່ດີຂອງຄົນລາວ ແລະ ຂອງຊາດລາວ;
  16. ສ້າງ, ອອກແບບເຄື່ອງໝາຍການຄ້າ ແລະ ຄໍາຂວັນການທ່ອງທ່ຽວຕ່າງໆ ຢ່າງເໝາະສົມ;
  17. ຄົ້ນຄວ້າ, ປະກອບຄໍາຄິດຄໍາເຫັນດ້ານວິຊາການ, ນໍາສະເໜີນະໂຍບາຍຍ້ອງຍໍ ແລະ ປະຕິບັດມາດຕະການຕໍ່ຜູ້ ລະເມີດນິຕິກຳດ້ານທ່ອງທ່ຽວ;
  18. ຄຸ້ມຄອງ, ສັງລວມຂໍ້ມູນສະຖິຕິວຽກງານທ່ອງທ່ຽວ;
  19. ຂຶ້ນແຜນການ ແລະ ສະຫຼຸບລາຍງານວຽກງານຮອບດ້ານ ຂອງຂະແໜງເປັນປະຈຳໃນແຕ່ລະໄລຍະ;
  20. ປະຕິບັດໜ້າທີ່ອື່ນຕາມການມອບໝາຍ ຂອງຂັ້ນເທິງ.