ຂະແໜງຖະແຫຼງຂ່າວ
ພາລະບົດບາດ
ຂະແໜງຖະແຫຼງຂ່າວ ມີໜ້າທີ່ດັ່ງນີ້:
- ຄົ້ນຄວ້າ, ເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ສ້າງແຜນຍຸດທະສາດ, ສ້າງ ແຜນການ, ແຜນງານ, ໂຄງການກ່ຽວກັບວຽກງານຖະແຫຼງຂ່າວໃຫ້ຄະນະພະແນກພິຈາລະນາ ພ້ອມທັງຈັດ ຕັ້ງປະຕິບັດໃຫ້ມີຜົນສໍາເລັດ;
- ຄົ້ນຄວ້າ ຮ່າງບົດແນະນໍາ, ແຈ້ງການ ແລະ ໜັງສືສະເໜີຕ່າງໆທີ່ພົວພັນເຖິງວຽກງານຖະແຫຼງຂ່າວໃຫ້ ຄະນະພະແນກພິຈາລະນາ ໃນແຕ່ລະໄລຍະ;
- ຄົ້ນຄວ້າ, ກຳນົດແຜນຍຸດທະສາດການພັດທະນາວຽກງານຖະແຫຼງຂ່າວ-ສື່ມວນຊົນ ໃຫ້ຄະນະພະແນກພິຈາລະນາພ້ອມທັງຈັດຕັ້ງປະຕິບັດຕາມການຕົກລົງເຫັນດີຂອງຂັ້ນເທິງ;
4. ຄົ້ນຄວ້າ ແລະ ຈັດຕັ້ງປະຕິບັດເຜີຍແຜ່ມະຕິ, ຄໍາສັ່ງ, ກົດໝາຍ, ແຈ້ງການ, ຂໍ້ກຳນົດຕ່າງໆ ດ້ານສື່ມວນຊົນຢູ່ ພາຍໃນແຂວງບໍ່ແກ້ວ;
- ຄຸ້ມຄອງ, ກວດກາພາຫະນະສື່ມວນຊົນຂອງລັດ ແລະ ເອກະຊົນທີ່ໄດ້ເຄື່ອນໄຫວຢູ່ແຂວງບໍ່ແກ້ວເຊັ່ນ: ວິທະຍຸ-ໂທລະພາບ, ສື່ທາງເອເລັກໂຕຣນິກ, ກ້ອງຖ່າຍຮູບ, ຈານດາວທຽມ, ກ້ອງຖ່າຍວີດີໂອໃຫ້ຖືກຕ້ອງ ຕາມລະ ບຽບກົດໝາຍ ແລະ ນໍາສະເໜີປະຕິບັດມາດຕະການຕໍ່ຜູ້ລະເມີດດ້ານສື່ມວນຊົນ;
- ຕິດຕາມ, ກວດກາ ແລະ ປະເມີນຜົນການໂຄສະນາຖະແຫຼງຂ່າວ ຂອງສື່ມວນຊົນໃນແຕ່ລະໄລຍະ;
- ຄົ້ນຄວ້າ, ຄຸ້ມຄອງ, ການກຳນົດມາດຕະຖານເຕັກນິກ, ເຕັກໂນໂລຊີທີ່ທັນສະໄໝເຂົ້າໃນວຽກງານສື່ມວນຊົນໃຫ້ເໝາະສົມກັບສະພາບໃນເງື່ອນໄຂປະຈຸບັນ;
- ຄຸ້ມຄອງການເຄື່ອນໄຫວຂອງນັກຂ່າວ, ນັກສື່ມວນຊົນລາວ ແລະ ຕ່າງປະເທດທີ່ເຂົ້າມາເຄື່ອນໄຫວຢູ່ພາຍ ໃນແຂວງບໍ່ແກ້ວ ແລະ ນັກຂ່າວພາຍໃນແຂວງບໍ່ແກ້ວໄປເຄື່ອນໄຫວຢູ່ຕ່າງປະທດ;
- ນໍາສະເໜີຂັ້ນເທິງອະນຸຍາດອອກບັດຂອງນັກຂ່າວທັງພາຍໃນແລະ ຕ່າງປະເທດ ທີ່ເຄື່ອນໄຫວເກັບກໍາຂ່າວຢູ່ພາຍໃນແຂວງບໍ່ແກ້ວ;
- ແນະນໍາປຸກລະດົມຊຸກຍູ້ບັນດາສໍານັກງານອົງການ, ໂຮງຮຽນ, ໂຮງໝໍ ແລະ ຮາກຖານປະຊາຊົນ, ສ້າງ ແລະ ປັບປຸງຕາໜ່າງຂ່າວ, ຫໍຂໍ້ມູນຂ່າວສານ ຢູ່ພາຍໃນແຂວງບໍ່ແກ້ວ;
- ຄົ້ນຄວ້າ, ນໍາສະເໜີການອະນຸມັດສ້າງຕັ້ງ, ໂຈະ, ຍຸບເລີກ, ອອກ ແລະ ຖອນໃບອະນຸຍາດຜູ້ປະກອບການທີ່ເຄື່ອນໄຫວວຽກງານຖະແຫຼງຂ່າວສື່ມວນຊົນ;
- ຄົ້ນຄວ້າ, ປະກອບຄໍາຄິດຄໍາເຫັນທາງດ້ານວິຊາການ, ນໍາສະເໜີປະຕິບັດນະໂຍບາຍຍ້ອງຍໍ ແລະ ປະຕິບັດວິໄນຕໍ່ຜູ້ລະເມີດນິຕິກໍາດ້ານຖະແຫຼງຂ່າວສື່ມວນຊົນ;
- ປຸກລະດົມ, ຂົນຂວາຍ ທຶນຮອນຈາກພາກລັດ ແລະ ເອກະຊົນ ເພື່ອພັດທະນາວຽກງານຖະແຫຼງຂ່າວ;
- ຄົ້ນຄວ້າ, ຂຶ້ນແຜນ ແລະ ຈັດຕັ້ງຝຶກອົບຮົມວິຊາການດ້ານຖະແຫຼງຂ່າວ, ຜູ້ປະກອບການທຸລະກິດສື່ມວນຊົນ;
- ຄຸ້ມຄອງ, ຕິດຕາມ, ກວດກາ, ເກັບກຳສະຖິຕິກ່ຽວກັບວຽກງານຖະແຫຼງຂ່າວແຕ່ລະໄລຍະ;
- ສະຫຼຸບ-ສັງລວມ ແລະ ລາຍງານສະພາບການເຄື່ອນໄຫວຂອງຂະແໜງຕົນໃຫ້ຂັ້ນເທິງ ແລະ ນຳເອົາທິດຊີ້ນໍາຂອງຂັ້ນເທິງລົງມາເຜີຍແຜ່ຈັດຕັ້ງປະຕິບັດ;
- ປະຕິບັດໜ້າທີ່ອື່ນ ຕາມການມອບໝາຍຂອງຂັ້ນເທິງ.