ຄ້າຍເກົ່າທະຫານຝຣັ່ງ

 

ຄ້າຍເກົ່າທະຫານຝຣັ່ງ

ເປັນສະຖານທີ່ທາງປະຫວັດສາດສະໄໝສົງຄາມອິນດູຈີນ, ມີທີ່ຕັ້ງຢູ່ຈຸດໃຈກາງຂອງເມືອງຫ້ວຍຊາຍ ແລະ ຖືກສ້າງຂຶ້ນໃນປີ 1900. ຄ້າຍດັ່ງກ່າວປະກອບມີກຳແພງຮົ້ວອ້ອມສີ່ດ້ານ, ຫ້ອງການເຮັດວຽກ,ຄຸກຄຸມຂັງນັກໂທດ, ເຮືອນພັກຂອງທະຫານ ແລະ ເຮືອນຄົວ, ມີປ້ອມຍາມສັງເກດການສອງດ້ານຄື: ດ້ານໜ້າ ແລະ ດ້ານຫລັງ. ພາຍຫຼັງທີ່ປະເທດລາວ ໄດ້ຖືກຈັດເຂົ້າເປັນແຄ້ວນໜຶ່ງຂອງອານາເຂດຝຣັ່ງປົກຄອງອິນດູຈີນໃນ ປີ 1893. ຫຼັງຈາກປະເທດລາວປະກາດເອກະລາດຈາກຝຣັ່ງ ໃນປີ 1954; ກອງທັບລາດສະອານາຈັກລາວ ໄດ້ນຳໃຊ້ຄ້າຍແຫ່ງນີ້ຈົນຮອດປີ 1975. ຫຼັງຈາກນັ້ນເປັນຕົ້ນມາຄ້າຍເກົ່າທະຫານຝຣັ່ງດັ່ງກ່າວ ແມ່ນຢູ່ໃນຄວາມຮັບຜິດຊອບ ຂອງກອງທັບ ປະຊາຊົນປະຕິວັດລາວ. ຫວ່າງບໍ່ດົນມານີ້ຄ້າຍ ເກົ່າທະຫານຝຣັ່ງໄດ້ຖືກໂອນມາຢູ່ໃນຄວາມຮັບຜິດຊອບຂອງພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງບໍ່ແກ້ວ.

ຜາພະ

ຜາພະ ຕັ້ງຢູ່ບ້ານປາກງາວ ຫ່າງຈາກຕົວເມືອງຫ້ວຍຊາຍ ປະມານ 1 5 ກິໂລແມັດ. ຜາພະເປັັນສະຖານທີ່່ທ່ອງທ່ຽວທາງດ້ານທຳມະຊາດທີ່ປະສົມປະສານກັບວັດທະນະທຳໄດ້ຢ່າງກົມກືນໂດຍຮອຍແກະສະຫລັກຮູບພາບຢູ່ເທິງຜາຫີນແຫ່ງນີ້ ດ້ວຍປາຍດາບຂອງເຈົ້າອານຸວົງ ເພື່ອເປັນການລະນຶກລູກສາວຂອງເພິ່ນທີ່ໄດ້ສິ້ນພະຊົນຊີບຢູ່ສະຖານທີ່ແຫ່ງນີ້. ນອກນັ້ນ, ເພິ່ນຍັງໄດ້ຝັງເຄື່ອງຂອງມີຄ່າໄວ້ຈຳນວນຫນຶ່ງໄວ້ໃນບໍລິເວນໂງ່ນຫີນກາງແມ່ນ້ຳຂອງ ແລະ ໄດ້ຂຽນຕຳລາຈາລຶກໄວ້ວ່າ: ໄປພຽງຕາມາພຽງຕີນ. ແຕ່ຫນ້າເສຍດາຍທີ່ເຄື່ອງຂອງມີຄ່າເຫົ່ລານັ້ນໄດ້ຖືກກຸ່ມຄົນບໍ່ດີຂຸດຄົ້ນເອົາໄປຫມົດແລ້ວເຫລືອແຕ່ຮ່ອງຮ່ອຍປະໄວ້ເທົ່ານັ້ນ. ຖ້າທ່ານໄດ້ມີໂອກາດມາທ່ຽວຊົມຜາພະແຫ່ງນີ້ ນອກຈາກທ່ານຈະໄດ້ເພີດເພີນກັບທິວທັດອັນສວຍງາມຂອງທຳມະຊາດຢູ່ບໍລິເວນອ້ອມຮອບຜາພະແລ້ວທ່ານຍັງຈະໄດ້ສະຜັດກັບພາບໃນອາດີດແລະຫວນຄືນສູ່ເຫດການທາງປະຫວັດສາດອັນສຳຄັນກ່ຽວກັບການເຄື່ອນໄຫວຂອງເຈົ້າອານຸວົງນຳອີກ.

ເມືອງເກົ່າສຸວັນນະໂຄມຄຳ

ເມືອງເກົ່າສຸວັນນະໂຄມຄຳ ຕັ້ງຢູ່ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ, ມີໄລຍະຫ່າງ ຈາກເທດສະບານແຂວງ40 ກິໂລແມັດ, ໄລຍະຫ່າງຈາກເທດສະບານເມືອງຕົ້ນເຜິ້ງ 5 ກິໂລແມັດ, ໄລຍະທາງຈາກບ້ານ 3ກິໂລແມັດ ເຂົ້າສູ່ເມືອງສຸວັນນະໂຄມຄຳ, ທິດເໜືອ ຕິດກັບເມືອງຕົ້ນເຜິ້ງ, ທິດໃຕ້ ແລະ ທິດຕາເວັນຕົກຕິດກັບນ້ຳຂອງ. ເມືອງເກົ່າສຸວັນນະໂຄມຄຳ ເປັນບູຮານສະຖານ ທີ່ບັນຈຸຮ່ອງຮອຍ ທາງປະຫວັດສາດແຫ່ງບູຮານນະຄອນ ເກົ່າແກ່. ຕາມຕຳນານຂອງປະເທດສີລັງກາ ເຊິ່ງທ່ານ ຝັ່ງຊິດ ກາເຍ ຂຽນໄວ້ໃນປຶ້ມການສຳຫຼວດແມ່ນ້ຳຂອງ” ຂອງທ່ານ ໃນສັດຕະວັດທີ່ 19 ໄດ້ເວົ້າໄວ້ວ່າ: ເມືອງສຸວັນນະໂຄມຄຳນັ້ນປະກົດຕົວຢູ່ໃນສັດຕະວັດທີ່ V. ຂອງຄິດຕະ ສັງກາດ ແລະ ຕາມຕຳນານນ້ຳຖ້ວມໂລກ ເຊິ່ງໄດ້ເວົ້າເຖິງພະຍາສີສັດຕະນາກ ທີ່ເກີດເມືອງໜອງກະແສແສນຍ່ານ ໄດ້ນຳລີ້ພົນ 7 ໂກດ ທະລຸລົງ ຕາມລຳນ້ຳຂອງ,ອັນໄດ້ກາຍເປັນນາກ 15 ຕະກຸນ ຢູ່ຫຼວງພະບາງໃນວາລະຕໍ່ມາ. ນອກນັ້ນ ໃຫ້ຮູ້ອີກວ່າ: ຊາວເມືອງໂພທິສານຫຼວງ (ສີໂຄດຕະບອງ ຫຼື ໂຄຕະປູລະ) ນັ້ນແມ່ນເຊື້ອສາຍຂອມ. ຕຳນານຍັງບອກໃຫ້ຮູ້ອີກວ່າ:ເມືອງສຸວັນນະໂຄມຄຳນັ້ນເຕີບໃຫຍ່ຂຶ້ນຢ່າງໄວວ່າ ພຽງແຕ່ໄລຍະ 3 ປີ ບ້ານເຮືອນຂອງໄພ່ພົນ ກໍ່ມີເຖິງ1 ແສນຫຼັງ. ຕໍ່ມາເມືອງສຸວັນນະໂຄມຄຳ ໄດ້ມີການປະພຶດທີ່ບໍ່ຊື່ສັດຕໍ່ພໍ່ຄ້າ ເຊິ່ງແມ່ນພວກນາກ ຊາວຫຼວງພະບາງອັນເປັນສາເຫດກໍ່ໃຫ້ເກີດຄວາມຂຸ່ນມົວໃຈ, ຜິດຂ້ອງຕ້ອງຖຽງກັນ. ຊາວຫຼວງພະບາງຈຶ່ງໄດ້ຍົກລີ້ພົນຂຶ້ນເມື່ອ ທຳລາຍເມືອງສຸວັນນະໂຄມຄຳ ຈົນຮາບກ້ຽງ ພາໃຫ້ຊາວເມືອງແຕກຕື່ນອົບພະຍົບໄປທົ່ວສາລະທິດເຊັ່ນ: ໄປທິດອຸມຸງສີຊັດສະນາໄລແລະ ຫຼວງພະບາງ, ເຊິ່ງເຂົາເຈົ້າໄດ້ນຳເອົາປະເພນີການໄຫຼເມືອງເກົ່າສຸວັນນະໂຄມຄຳ 23 ແຂວງບໍ່ແກ້ວເຮືອໄຟໄປປະຕິບັດສະຖານທີ່ນັ້ນນຳພ້ອມ. ຢູ່ຕໍ່ມາ ຍັງມີເຊື້ອນາກ ເຊິ່ງແມ່ນຕະກູນລາວຈົກຄືລາວສາຍພາກເໜືອທາງຊຽງລາຍ ໄດ້ມາ ສ້າງນະຄອນສຸວັນນະໂຄມຄຳຂຶ້ນອີກ; ເຊິ່ງຕາມຕຳນານ ມີກຳແພງຮອບ 4 ດ້ານ ແລະ ຍາແຕ່ລະດ້ານຍາວ 3.000 ວາ. ດ້ວຍເຫດນີ້ ເມືອງສຸວັນນະໂຄມຄຳ ທີ່ສາບສູນໄປແລ້ວນັ້ນຈຶ່ງໄດ້ຮຽກຊື່ໃໝ່ວ່າເມືອງນາເຄນເທລະນະຄອນ ຫຼື ນະຄອນບູລີ ຫຼື ເມືອງນະຄະພັນທຸງ ສິງຫົນວັດນະຄອນ ຫຼື ນະຄອນຊວາ.ເນຶ່ອງຈາກວ່າ ແມ່ນຊາວລາວພາກເໜືອ ມະຫາກາບເລື່ອງ “ທ້າວຮຸງ-ທ້າວເຈືອງ”ຍັງໄດ້ໝາຍໄວ້ອີກຊື່ໜຶ່ງ ນັ້ນຄື: ນະຄອນເງິນຍາງ ຫຼື ເງິນຍວງ ຕໍ່ມາເມື່ອພະຍາແສນພູໄດ້ມາກິດທີ່ເມືອງດັ່ງກ່າວ ກໍ່ໄດ້ອີກຊື່ໃໝ່ ຄື:ຊຽງແສນ (ເກົ່າ)ຕະກູນລາວຈົກໄດ້ຄອງນະຄອນຊຽງລາວ ຫຼື ນະຄະບູລີມາຕະຫຼອດ 43 ເຊັ່ນກະສັດ ຈຶ່ງມາຮອດຂຸນເຈືອງ ຜູ້ເປັນກະສັດລາວຜູ້ທຳອິດທີ່ເຕົ້າໂຮມບັນດາເຜົ່າ ເປັນເອກະພາບກັນຢູ່ອານາຈັກທາງພາກເໝືອ ໃນ ຄສ 1096. ຂຸນເຈືອງໄດ້ນຳລີ້ພົນພິສິດຫຼວງພະບາງ, ຊຽງຂວາງ ແລະ ປະກັນ(ແຄວ້ນແກວຈີນ ແລ້ວ ສາ້ງເປັນຈັກກະພົບລາວ ເອກະພາບກັນລະຫວ່າງເຜົ່າເປັນຄັ້ງທຳອິດເປັນຕົ້ນແມ່ນຕະກູນນາກ ແລະ ຂອມ. ນັບວ່າພະອົງເປັນກະສັດຜູ້ຍິ່ງໃຫຍ່ຜູ້ໜຶ່ງຂອງຊາວລາວ ບັນດາເຜົ່າ. ອານາຈັກຂຸນເຈືອງລົ້ມລະລາຍລົງ ໃນ 4 ເຊັ່ນກະສັດ ໃນລາດຊະການຂອງອັນເປັນເຫຼັນຫຼອນຂອງ ຂຸນເຈືອງພາຍຫຼັງທີ່ໄດ້ເສຍໄຊໃຫ້ແກ່ກອງທັບຂອງຂຸນລໍ ທີ່ຍົກມາແຕ່ເມືອງລຸ່ມ ທີ່ທົ່ງນານ້ອຍອ້ອຍໜູ(ປະຈຸບັນແມ່ນດຽນບຽນຟູ) ຄືເມືອງແຖນນັ້ນເອງ. ເມືອງເກົ່າສຸວັນນະໂຄມຄຳ ອັນເປັນຊື່ກົກເຄົ້າຂອງນະຄອນບູຮານແຫ່ງນີ້ນັບວ່າໄດ້ຜ່ານຂະບວນການຖືກທຳລາຍ ແລະ ການຟື້ນຟູຫຼາຍຄັ້ງຫຼາຍຫົນພາຍໃຕ້ຊື່ຕ່າງໆ ກວ່າຈະມາເຖິງສະພາບ ນະຄອນຮ້າງ ເຫຼືອໄວ້ແຕ່ເສດຮ່ອງຮອຍປະໄວ້.
      ຕາມການສຳຫຼວດໃນເບື້ອງຕົ້ນ ໃນສະຖານທີ່ປະມານ 10,000 ເຮັກຕາ; ພົບວ່າມີ 44 ບູຮານສະຖານ ແລະ ຖານກໍ່ສ້າງດ້ວຍອິດ ແລະ ປະທາຍ. ອັນເປັນພຸດທະສີມາ, ພະທາດ, ພະພຸດທະຮູບ, ນ້ຳສາງ ແລະ ສະຖານທີ່ອື່ນໆ. ສິ່ງທີ່ຊົງຄວາມງົດງາມ ແລະ ຄວາມສະຫງ່າຕະການຕາ ອັນຍັງຫລົງເຫຼືອຈາກສີມືຂອງໂຈນປົ້ນສົມບັດທັງລາວ ແລະ ໄທ ໃນສະໄໝກ່ອນນັ້ນ ອັນໄດ້ແກ່ພະພຸດທະຮູບອົງມາທິທີ່ເຮັດດ້ວຍອິດ ແລະ ປະທາຍ, ເປັນພພຸດທະຮູບອົງໃຫຍ່ ມີໜ້າຕັກກວ້າງ7,10 ແມັດ, ລວງສູງ7,22 ແມັດ (ບໍ່ນັບຍອດເກດ), ບ່າແຕ່ລະຂ້າງ 1,10 ແມັດ, ດ້ານຂ້າງ ແຕ່ກະໂພກຫາເຂົ່າ 3,60 ແມັດນັບວ່າເປັນພະພຸດທະຮູບອົງໜຶ່ງ ທີ່ໃຫຍ່ທີ່ສຸດຂອງປະເທດລາວ ແລະ ໃນຍ່ານອາຊີ ອາຄະເນຕາມ24 ແຂວງບໍ່ແກ້ວຂະໜາດຂອງພະພຸດທະຮູບອົງນີ້ ໄດ້ສັນນິຖານວ່າ ແມ່ນພະພຸດທະຮູບປະຈຳທີ່ວັດພະຣາດສະວັງ, ຮອດປະຈຸບັນນີ້ ຍັງເຫຼືອພຽງແຕ່ຮ່າງຄີງ, ສ່ວນພະຫັດ, ພະເກດ, ແຖ່ນ ແລະ ອື່ນໆ ໄດ້ຖືກຂຸດ, ເຈາະ,ກິດຫ້ຽນແລະ ກົ່ນເອົາຂອງດີໄປໝົດແລ້ວ. ນອກຈາກນັ້ນ ຍັງມີພະອີກອົງໜຶ່ງທີ່ມີຂະໜາດເກືອບຊ່ຳໆກັນແຕ່ຖືກລົ້ມພັງທະລາຍ ແລະ ພະລ້ານຕື້ ຫຼື ພະຣັດສະໝີທອງສຳລິດ ທີ່ຈົມຢູ່ແມ່ນ້ຳຂອງ. ປູສະນີຍະສະຖານທີ່ຍັງຫຼົງເຫຼືອຢູ່ນັ້ນ ສັນນິຖານໄດ້ວ່າ ແມ່ນມາຈາກຍຸກຂອງນະຄອນຊຽງແສນ ເປັນສ່ວນໃຫຍ່; ເປັນຕົ້ນແມ່ນໃນສະໄໝ ເຈົ້າໄຊຍະເສດຖາທິຣາດ ເຊິ່ງພະອົງ ໄດ້ໃຫ້ການສະຖາປະນາ, ບູລະນະໃຫ້ເປັນນະຄອນທີ່ສວຍສົດງົດງາມຄາບສອງຝັ່ງແມ່ນ້ຳຂອງ. ນະຄອນ ດັ່ງກ່າວ ໄດ້ຖືກພັງທະລາຍລົງບັ້ນສຸດທ້າຍໂດຍການຮຸກຮານຂອງກອງທັບພະມ້າ ໃນລາດຊະການຂອງ ພະເຈົ້າໄຊຍະເສດຖາທິຣາດ. ຈາກນັ້ນແລ້ວ ຍັງມີແນວສາຍພູນ້ອຍຕັ້ງຢູ່ດ້ານຕາເວັນຕົກຂອງນະຄອນຮ້າງທີ່ເນັ່ງຢຽດແຕ່ດ້ານເໜືອເຖິງດ້ານໃຕ້ ແມ່ນສັງເກດເຫັນຮ່ອງເລິກ ແລະ ກວ້າງປະມານ 10 ກວ່າແມັດ ເນັ່ງຢຽດເຖີງແຄມຂອງ, ມີຄັນຄູສູງລຽບທາງຂອງເບື້ອງຕາເວັນອອກ. ດັ່ງນັ້ນ, ຈຶ່ງເຂົ້າໃຈໄດ້ວ່າ: ແມ່ນຕະຄອງສູ້ຮົບ ແລະ ກຳແພງປ້ອງກັນກອງທັບ ຊ້າງມ້າກໍ່ຄືລີ້ພົນຂ້າເສິກທົ່ວໄປ ທີ່ມາຮຸກຮານ. ປະຈຸບັນ ທາງພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງບໍ່ແກ້ວ ໄດ້ມີການອະນຸລັກ ແລະ ປະກາດເປັນປູສະນີຍະສະຖານແຫ່ງຊາດ ແລະ ເປັນບ່ອນຫວງຫ້າມ, ເປັນອຸທິຍານ ບ່ອນສຶກສາຫາຄວາມຮູ້ໃຫ້ແກ່ນັກທ່ອງທ່ຽວ ແລະ ເປັນບ່ອນສະຖານທີ່ພັກຜ່ອນຢ່ອນອາລົມ, ເປັນການສະຫງວນວັດທະນະທຳທີ່ຫຼາກຫຼາຍກໍ່ຄືທຳມະຊາດທີ່ສວຍງາມ.