-
ຂໍ້ມູນດ້ານອາຫານ
ອາຫານທີ່ເປັນເອກະລັກຂອງແຂວງບໍ່ແກ້ວປະກອບມີ:
ເຂົ້າຊອຍ
ເຂົ້າຊອຍເປັນອາຫານທີ່ເປັນເອກະລັກຂອງແຂວງ ເຊິ່ງເປັນທີ່ນິຍົມຂອງແຂກທັງພາຍໃນ ແລະ ຕ່າງປະເທດທີ່ເຂົາມາຢ້ຽມຢາມແຂວງ, ເຊິ່ງຮ້ານຂາຍເຂົ້າຊອຍກໍ່ຈະມີຢູ່ທົ່ວທຸກແຫ່ງພາຍໃນແຂວງ ແຕ່ສຳລັບຮ້ານທີ່ເປັນທີ່ນິຍົມແມ່ນຕັ້ງຢູ່ບ້ານນ້ຳເກິ່ງເກົ່າ ເຊິ່ງເປັນຕົ້ນຕຳລັບເຂົ້າຊອຍໄທລື້ ທີ່ເປີດມາເປັນເວລາດົນນານ ຈົນຂຶ້ນຊື່ລືນາມວ່າເປັນຮ້ານເຂົ້າຊອຍແຊບບ້ານນ້ຳເກິ່ງ, ສະຖານທີ່ຕັ້ງກໍ່ເໝາະສົມແກ່ການໄປເພາະຕັ້ງຢູ່ລະຫວ່າງທາງຈາກ ເມືອງຫ້ວຍຊາຍ ຫາ ເມືອງຕົ້ນເຜິ້ງ ນັ້ນເອງ.
ເຂົ້າປຸ້ນຫົວໂລ້ງ
ເຂົ້າປຸ້ນຫົວໂລ້ງ ກໍ່ເປັນອາຫານທີ່ໂດດເດັ່ນອີກຢ່າງໜຶ່ງທີ່ເປັນທີ່ນິຍົມຂອງຊາວແຂວງບໍ່ແກ້ວ ເພາະເປັນອາຫານທີ່ມີລົດຊາດ ແລະ ເຄື່ອງປະກອບທີ່ເປັນເອກະລັກສະເພາະຂອງແຂວງ, ຮ້ານເຂົ້າປຸ້ນທີ່ເປັນທີ່ນິຍົມມີທີ່ຕັ້ງຢູ່ບ້ານພິບຸນທອງ ເປັນບ້ານຂອງຊົນເຜົ່າລື້ ເຊິ່ງຢູ່ບໍ່ໄກຈາກເທດສະບານແຂວງໄປທາງທິດໃຕ້ລະຫວ່າງທາງຈາກ ແຂວງບໍ່ແກ້ວ ຫາ ແຂວງຫຼວງນ້ຳທາ, ມີການເປີດບໍລິການທຸກມື້ແຕ່ວັນຈັນເຖິງວັນອາທິດ ພິເສດແມ່ນວັນເສົາ – ອາທິດ ເພາະເປັນມື້ພັກຜ່ອນຢ່ອນອາລົມຂອງປະຊາຊົນພາຍໃນແຂວງທີ່ມັກຈະພາຄອບຄົວ ແລະ ໝູ່ຄູ່ໄປກິນ.
ຖົ່ວເໜົ່າແຜ່ນ
ຖົ່ວເໜົ່າແຜ່ນ ເປັນອາຫານທ້ອງຖິ່ນຂອງຊາວແຂວງບໍ່ແກ້ວມາແຕ່ດົນນານ, ເປັນອາຫານທີ່ຖືວ່າເປັນສິ່ງທີ່ຢູ່ຄຽງຄູ່ຊາວແຂວງບໍ່ແກ້ວທີ່ບໍ່ວ່າຈະຢູ່ໃສກໍ່ຍັງມີຄວາມຄິດຮອດຄິດເຖິງຢູ່ສະເໝີ. ນອກຈາກນີ້ ຍັງສາມາດນຳມາເປັນ ຂອງຝາກຂອງຕ້ອນໃຫ້ແກ່ໝູ່ຄູ່ທີ່ຢູ່ຕ່າງແຂວງ ຫຼື ແຂກທີ່ມາຢ້ຽມຢາມແຂວງບໍ່ແກ້ວກໍ່ຍັງສາມາດຊື້ຖົ່ວເໜົ່າແຜ່ນໄປຝາກໃຫ້ແກ່ຄອບຄົວກໍ່ໄດ້ເຊັ່ນກັນ, ເຊິ່ງຖົ່ວເໜົ່າແຜ່ນນີ້ສາມາດຊື້ໄດ້ທີ່ຮ້ານຂາຍຂອງຝາກທົ່ວໄປພາຍໃນແຂວງ ແຕ່ທີ່ມີຫຼາຍ ແລະ ເປັນທີ່ນິຍົມຂອງຄົນພາຍໃນແຂວງກໍ່ແມ່ນສາມາດຊື້ໄດ້ທີ່ຕະຫຼາດວັງວິວ ແລະ ຕະຫຼາດສຣີດອນມີ ທີ່ເປັນຕະຫຼາດໃຫຍ່ຂອງເມືອງຫ້ວຍຊາຍ.
ຮ້ານອາຫານ ໂປະແຕກ
020 5923 6554
ຕັ້ງຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ
ຮ້ານອາຫານ ປາຄຳ 3
ໂທລະສັບ 020 2881 8129
ຕັ້ງຢູ່ບ້ານໃຫຍ່ຫ້ວຍຊາຍໃຕ້
ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ
ຮ້ານອາຫານ ມາຍລາວ
ໂທລະສັບ 084 212 180
ຕັ້ງຢູ່ບ້ານໃຫຍ່ຫ້ວຍຊາຍເໜືອ
ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ
ຮ້ານອາຫານ ວັງວິວ
ບ້ານ ໃຫຍ່ຫ້ວຍຊາຍໃຕ້
084 211 444
ສວນອາຫານນ້ຳບໍ່ແກ້ວ
ບ້ານ ໃຫຍ່ຫ້ວຍຊາຍໃຕ້
020 2238 3225
ສວນອາຫານດາວລືໄຊ
ບ້ານ ນ້ຳຫໍ້ໄຕ້
020 5557 4789
ຮ້ານອາຫານ ສາຍຂອງ 1
ບ້ານ ຕີນທາດ
020 5509 2499
ຮ້ານອາຫານ ແດນລາວ
ບ້ານ ຂອນແກ້ວ
020 5578 4645
ຮ້ານອາຫານ ໝອນທອງ
ບ້ານ ອຸດົມ
084 215 018