ຂະແໜງບໍລິຫານ
ພາລະບົດບາດ
ຂະແໜງບໍລິຫານ ມີໜ້າທີ່ດັ່ງນີ້:
- ຄົ້ນຄວ້າ, ເຊື່ອມຊຶມແນວທາງນະໂຍບາຍຂອງພັດ, ມະຕິ, ຄໍາສັງ, ກົດໝາຍຂອງລັດ, ສ້າງແຜນຍຸດທສາດ, ສ້າງແຜນການ, ແຜນງານ, ໂຄງການ ກ່ຽວກັບການພັດທະນາວຽກງານຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວພ້ອມທັງສະຫຼຸບສັງລວມການຈັດຕັ້ງປະຕິບັດໃນແຕ່ລະໄລຍະ;
- ຄົ້ນຄວ້າ, ຮ່າງຂໍ້ຕົກລົງ, ຄໍາສັ່ງ, ຂໍ້ກຳນົດ, ບົດແນະນໍາ,ແຈ້ງການ,ໜັງສືສະເໜີຕ່າງໆ ທີ່ພົວພັນເຖິງວຽກ ງານບໍລິຫານ, ຈັດຕັ້ງ, ກວດກາ ແລະ ວຽກງານລວມພາຍໃນພະແນກໃຫ້ຄະນະພະແນກ ແລະ ທ່ານເຈົ້າ ແຂວງພິຈາລະນາ;
- ສ້າງແຜນການ, ຊຸກຍູ້ການຈັດຕັ້ງປະຕິບັດບັນດາແຜນການ, ແຜນງານ ແລະ ໂຄງການອັນລະອຽດທີ່ໄດ້ ຜ່ານການຮັບຮອງຈາກຂັ້ນເທິງ;
- ຄົ້ນຄວ້າສ້າງແຜນງົບປະມານ, ລາຍຮັບວິຊາການ, ຄຸ້ມຄອງນໍາໃຊ້ ແລະມອບພັນທະເຂົ້າງົບປະມານໃຫ້ ຖືກຕ້ອງຕາມລະບຽບຫຼັກການ;
- ຄຸ້ມຄອງ, ເກັບກໍາສໍາເນົາ, ບັນທຶກ ແລະ ແຈກຢາຍບັນດາເອກະສານຕ່າງໆ ໃຫ້ພາກສ່ວນທີ່ກ່ຽວຂ້ອງ;
- ເປັນໃຈກາງພົວພັນປະສານງານກັບພາກສ່ວນກ່ຽວຂ້ອງທັງພາຍໃນ ແລະ ພາຍນອກ, ບັນດາຂະແໜງການ ແລະ ພະນັກງານ-ລັດຖະກອນໃນການອໍານວຍຄວາມສະດວກສິ່ງຕ່າງໆ ຂອງວຽກງານ ຖະແຫຼງຂ່າວ, ວັດ ທະ ນະທຳ ແລະ ທ່ອງທ່ຽວແຂວງບໍ່ແກ້ວ ແລະ ຄົ້ນຄວ້າກະກຽມພິທີການຕ່າງໆ ຕາມການຕົກລົງຂອງ ຄະນະພະແນກ;
- ຕິດຕາມ, ເກັບກຳ, ຄຸ້ມຄອງ, ຂຶ້ນບັນຊີຊັບສົມບັດຄົງທີ່, ພາຫະນະແລະອຸປະກອນຮັບໃຊ້ວຽກງານຕ່າງໆ ທາງດ້ານວິຊາການ;
- ຊຸກຍູ້, ຕິດຕາມ, ແນະນໍາການຮັກສາຄວາມເປັນລະບຽບຮຽບຮ້ອຍ, ຄວາມຈົບງາມ ແລະຄວາມສະຫງົບ ພາຍໃນສໍານັກງານ;
- ສັງລວມຂໍ້ມູນສະຖິຕິດ້ານຕ່າງໆທີ່ກ່ຽວຂ້ອງກັບວຽກງານບໍລິຫານ, ຈັດຕັ້ງ, ກວດກາ ແລະ ວຽກງານລວມ ຂອງພະແນກ;
- ຄົ້ນຄວ້າ, ປັບປຸງຂໍ້ຕົກລົງວ່າດ້ວຍການຈັດຕັ້ງແລະການເຄື່ອນໄຫວວຽກງານຂອງພະແນກ, ກຳນົດຕຳແໜ່ງ ງານການນໍາສະເໜີຂໍນໍາໃຊ້ກາປະທັບຂອງພະແນກ ແລະ ຂອງ ຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວເມືອງໃຫ້ຂັ້ນເທິງພິຈາລະນາ;
- ຄົ້ນຄວ້າບັນຈຸ, ສັບຊ້ອນ, ແຕ່ງຕັ້ງ, ຍົກຍ້າຍ, ປົດຕຳແໜ່ງ, ປະຕິບັດວິໄນ,ພະນັກງານ-ລັດຖະກອນເພື່ອນໍາ ສະເໜີຂັ້ນເທິງພິຈາລະນາ;
- ຄົ້ນຄ້ວາ, ສ້າງແຜນຄວາມຕ້ອງການ, ຈັດແບ່ງຕົວເລກລັດຖະກອນແລະຊຸກຍູ້ດໍາເນີນການຄັດເລືອກສອບ ເສັງລັດ ຖະກອນໃໝ່ ຕາມການຕົກລົງເຫັນດີຂອງຂັ້ນເທິງ;
- ຊຸກຍູ້, ຕິດຕາມ, ກວດກາ, ເກັບກຳ, ແນະນໍາການປະຕິບັດກົດໝາຍ ວ່າດ້ວຍພະນັກງານ-ລັດຖະກອນຂອງ ພະ ນັກງານ-ລັດຖະກອນ ແລະ ຈັດຕັ້ງການປະເມີນຜົນ ການປະຕິບັດວຽກງານຂອງລັດຖະກອນທີ່ຂຶ້ນກັບ ການຄຸ້ມຄອງຂອງພະແນກ;
- ສ້າງແຜນການຝຶກອົບຮົມ, ບຳລຸງ, ຍົກລະດັບ, ພ້ອມທັງຕິດຕາມຂົນຂວາຍທຶນຮອນ ເພື່ອຮັບໃຊ້ການກໍ່ ສ້າງພະນັກງານໃນແຕ່ລະໄລຍະ;
- ຄົ້ນຄວ້າ, ນໍາສະເໜີຂໍອະນຸມັດດັດແກ້ຊັ້ນ-ຂັ້ນເງິນເດືອນ, ການເລື່ອນຊັ້ນ-ຂັ້ນປົກກະຕິ, ປີການ, ນະໂຍ ບາຍອຸດໜູນລູກ-ເມຍ ແລະ ອື່ນໆ;
- ຄົ້ນຄວ້າດັດແກ້ຂໍ້ມູນລັດຖະກອນດ້ານຕ່າງໆ ແລະ ນໍາສະເໜີນະໂຍບາຍຍ້ອງຍໍ, ອອກອຸດໜູນ, ເສຍກຳລັງ ແຮງງານ, ບຳເນັດ, ບຳນານ ແລະ ອື່ນໆ;
- ສະເໜີຂັ້ນເທິງປະຕິບັດນະໂຍບາຍຂັ້ນຕ່າງໆ ຕໍ່ບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງທັງພາຍໃນ ແລະ ຕ່າງປະ ເທດ, ອົງການຈັດຕັ້ງສາກົນ, ຫົວໜ່ວຍທຸລະກິດທີ່ມີຜົນງານດີເດັ່ນໃນການເຄື່ອນໄຫວປະກອບສ່ວນທຶນ ຮອນພັດທະນາວຽກງານຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ;
- ເກັບກຳ, ສັງລວມ, ຂຶ້ນບັນຊີຈຳນວນພົນທົ່ວພະແນກ ແລະບັນຊີຈຳນວນພົນທີ່ຮັບເງິນເດືອນພາຍໃນພະ ແນກ;
- ຄຸ້ມຄອງຂໍ້ມູນສະຖິຕິລັດຖະກອນດ້ານຕ່າງໆ, ຄຸ້ມຄອງຊີວະປະຫວັດ, ສໍານວນ, ສໍາເນົາເອກະສານກ່ຽວ ກັບພະນັກງານ-ລັດຖະກອນ ພາຍໃນຂອບເຂດສິດຄຸ້ມຄອງຂອງພະແນກ;
- ສ້າງແຜນລົງເຄື່ອນໄຫວກວດກາລັດ ຕາມແຜນການ, ຕາມການຮ້ອງຟ້ອງຂອງສັງຄົມ ແລະ ຕາມທິດຊີ້ນໍາ ຂອງຂັ້ນເທິງ;
- ຕິດຕາມ, ກວດກາ ແລະ ແນະນໍາການຈັດຕັ້ງ ແລະ ບຸກຄົນ ໃນການປະຕິບັດແນວທາງນະໂຍບາຍຂອງພັກ ລະບຽບກົດໝາຍຂອງລັດ, ໜ້າທີ່, ຂອບເຂດສິດ ແລະ ຄວາມຮັບຜິດຊອບຂອງພະນັກງານ-ລັດຖະກອນ ຂັ້ນພະແນກຄຸ້ມຄອງ;
22. ພົວພັນປະສານສົມທົບເພື່ອ ຕ້ານ ແລະ ສະກັດກັ້ນການສໍ້ລາດບັງຫຼວງ, ການປະຕິບັດນະໂຍບາຍ, ການປະ ຢັດມັດທະຍັດ ແລະ ຕ້ານການຟຸມເຟືອຍ;
- ຊຸກຍູ້, ຕິດຕາມ, ກວດກາແຈ້ງຊັບສິນ ແລະ ລາຍຮັບຂອງພະນັກງານລັດຖະກອນ ທີ່ຂຶ້ນກັບການຄຸ້ມຄອງ ຂອງພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງບໍ່ແກ້ວ;
- ກວດກາການນໍາໃຊ້ງົບປະມານ ແລະ ຊັບສິນທີ່ຂຶ້ນກັບພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງ ທ່ຽວແຂວງ ບໍ່ແກ້ວ;
- ຮັບ, ແລະ ຄົ້ນຄວ້າຄໍາສະເໜີ, ຄໍາຮ້ອງຟ້ອງ, ຄໍາຮ້ອງທຸກ ຂອງບັນດາການຈັດຕັ້ງສັງຄົມ, ນິຕິບຸກຄົນ, ບຸກ ຄົນທີ່ຂຶ້ນກັບຄວາມຮັບຜິດຊອບ ແລະ ພົວພັນເຖິງວຽກງານຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງ ທ່ຽວ;
- ຄົ້ນຄວ້າ, ລາຍງານຜົນຂອງການກວດກາ, ສະເໜີວິທີແກ້ຄໍາຮ້ອງຟ້ອງຂອງການຈັດຕັ້ງ, ບຸກຄົນ, ນິຕິບຸກຄົນ ເພື່ອລາຍງານໃຫ້ຄະນະພັກ, ຄະນະພະແນກ ພິຈາລະນາ;
- ຊຸກຍູ້, ຕິດຕາມ, ກວດກາ, ແນະນໍາການຈັດຕັ້ງປະຕິບັດຜົນຂອງການກວດກາ ແລະ ການນໍາໃຊ້ມາດຕະ ການຕໍ່ພາກສ່ວນທີ່ຖືກກວດກາ ຕາມການຕົກລົງຂອງຂັ້ນເທິງ;
- ສັງລວມສະຖິຕິ, ຂຶ້ນບັນຊີ, ກວດກາ, ເກັບກຳ, ຄຸ້ມຄອງຊັບສົມບັດຄົງທີ່ ແລະ ອຸປະກອນຮັບໃຊ້ ພ້ອມ ເກັບກໍາສໍາເນົາຂໍ້ມູນຕ່າງໆ ທີ່ກ່ຽວຂ້ອງກັບວຽກງານກວດກາ;
- ສະຫຼຸບ, ລາຍງານວຽກງານການເຄື່ອນໄຫວວຽກງານຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໃຫ້ຄະນະພະແນກເປັນປົກກະຕິພ້ອມທັງນໍາເອົາທິດຊີ້ນໍາຂອງຂັ້ນເທິງລົງມາເຜີຍແຜ່ຈັດຕັ້ງປະຕິບັດພາຍໃນ ຂະແໜງ;
- ປະຕິບັດໜ້າທີ່ອື່ນ ຕາມການມອບໝາຍຂອງຂັ້ນເທິງ.